Moment

歌手: Zamio P • 专辑:Moment • 发布时间:2025-06-09
作词 : Anly Panouvong
作曲 : Anly Panouvong
Hook :
ຂ້ອຍຮູ້ວ່າເຈົ້າຈະໄປ ຂ້ອຍບໍ່ສາມາດຈະເປັນ
ຄິດຢູ່ແບບນັ້ນລຳໄລ ບໍ່ຮູ້ຈະຕາຍຈະເປັນ
ຄວາມຄິດຂ້ອຍຍັງວົນວຽນບໍ່ຊຽນບົດຮຽນຄວາມຮັກຈຳເປັນ
ພະຍາຍາມຈະໜີໄປໄກເທົ່າໃດ
ພະຍາຍາມຈະລືມແຕ່ຂ້ອຍຍັງເຮັດບໍ່ເປັນ
ຫົວໃຈສະຫຼາຍ ເກີນຈະຢຽວຢາ
ຂ້ອຍທົນແບບບໍ່ໄຫວ ມັນມີແຕ່ນ້ຳຕາ

Verse:
Baby please stop!! ໄດ້ໂປດຢ່າໄປ
ບໍ່ຢາກໃຫ້ເປັນແບບນີ້ເລີຍ ໄດ້ໂປດເຂົ້າໃຈ
ເຖິງແມ່ນໃນວັນທີ່ມີນ້ຳຕາ ຍັງຕ້ອງສຫາກິນ
ເພາະຂ້ອຍຍັງເປັນຄົນທຳມະດາ ທີ່ເດີນດິນ

ຂ້ອຍໃຊ້ເວລາ ເປັນເດືອນ ເປັນປີ ເພື່ອຈະຄິດຫາວິທີ
ບໍ່ຮູ້ຈະເຮັດແບບໃດ ການຕັດສິນໃຈ ມັນເຖິງຈະດີ
ຖ້າຂ້ອຍຈະເຮັດແບບນັ້ນ
ເກີດຄວາມ ກັງວົນ ສະໝອງ ມັນເລີ່ມ ສັບສົນ ທຸກທີ
ຕໍ່ໃຫ້ຂ້ອຍເຮັດແບບໃດ ກໍເໝືອນທາງເລືອກບໍ່ມີ

Hook :
ຂ້ອຍຮູ້ວ່າເຈົ້າຈະໄປ ຂ້ອຍບໍ່ສາມາດຈະເປັນ
ຄິດຢູ່ແບບນັ້ນລຳໄລ ບໍ່ຮູ້ຈະຕາຍຈະເປັນ
ຄວາມຄິດຂ້ອຍຍັງວົນວຽນບໍ່ຊຽນບົດຮຽນຄວາມຮັກຈຳເປັນ
ພະຍາຍາມຈະໜີໄປໄກເທົ່າໃດ
ພະຍາຍາມຈະລືມແຕ່ຂ້ອຍຍັງເຮັດບໍ່ເປັນ
ຫົວໃຈສະຫຼາຍ ເກີນຈະຢຽວຢາ
ຂ້ອຍທົນແບບບໍ່ໄຫວ ມັນມີແຕ່ນ້ຳຕາ

Verse:
Sunday Monday ມັນບໍ່ເໝືອນກັບ Day one
ວັນທີ່ເຮົາທັງສອງໄດ້ເຈີກັນ
ທຸກຢ່າງເລີ່ມປ່ຽນ ແວວຕານັ້ນບໍ່ເໝືອນເດີມ
ເໝືອນກັບຄົນທີ່ບໍ່ຮູ້ຈັກກັນ

ຟັງສຳນຽງສຽງເຈົ້າທີ່ເວົ້າມາ
ຂ້ອຍກໍພໍເຂົ້າໃຈຂ້າງໃນນັ້ນ
But right now I don’t know why
I can’t stop thinking about you!!

ເຫັນແລ້ວຫຼືຍັງ ຫຼືຍັງ ວ່າຂ້ອຍຍັງເສຍໃຈ
ແລະຂ້ອຍຍັງຕ້ອງການ ຕ້ອງການຄວາມຮັກທີ່ຈິງໃຈ

Hook :
ຂ້ອຍຮູ້ວ່າເຈົ້າຈະໄປ ຂ້ອຍບໍ່ສາມາດຈະເປັນ
ຄິດຢູ່ແບບນັ້ນລຳໄລ ບໍ່ຮູ້ຈະຕາຍຈະເປັນ
ຄວາມຄິດຂ້ອຍຍັງວົນວຽນບໍ່ຊຽນບົດຮຽນຄວາມຮັກຈຳເປັນ
ພະຍາຍາມຈະໜີໄປໄກເທົ່າໃດ
ພະຍາຍາມຈະລືມແຕ່ຂ້ອຍຍັງເຮັດບໍ່ເປັນ
ຫົວໃຈສະຫຼາຍ ເກີນຈະຢຽວຢາ
ຂ້ອຍທົນແບບບໍ່ໄຫວ ມັນມີແຕ່ນ້ຳຕາ
📥 下载LRC歌词 📄 下载TXT歌词

支持卡拉OK同步显示,可用记事本编辑